Dear SIS Parents,
As we value our partnership in the growth of our learners, we are happy to continue in communicating and working with you.
Next week Thursday and Friday, November 11-12, we will hold a Parent-Teacher Conference via Zoom. The Special Invites event aims to give more support to our learners who might be struggling in their learning process.
We will invite some of you to meet with your teachers. The office will be contacting you for the schedule that will work best for you and our teachers.
Thank you so much for your cooperation and partnership.
ເຖິງ: ຜູ້ປົກຄອງນັກຮຽນທຸກທ່ານ,
ໃນຂະນະທີ່ພວກເຮົາໄດ້ເຫັນເຖິງຄວາມສໍາຄັນໃນການຮ່ວມມືເພື່ອຄວາມກ້າວໜ້າໃຫ້ກັບນ້ອງນັກຮຽນຂອງພວກເຮົາ, ພວກເຮົາຄູສອນຈຶ່ງມີຄວາມດີໃຈທີ່ໄດ້ສືບຕໍ່ໃນການພົວພັນ ແລະ ຮ່ວມມືກັບທ່ານຜູ້ປົກຄອງ.
ດັ່ງນັ້ນ, ອາທິດໜ້າ ວັນພະຫັດ ແລະ ວັນສຸກ ວັນທີ11-12 ເດືອນພະຈິກ, ທາງໂຮງຮຽນຈະໄດ້ຈັດປະຊຸມພິເສດລະຫວ່າງ ຄູສອນ ແລະ ຜູ້ປົກຄອງທາງລະບົບອອນລາຍ. ຈຸດປະສົງໃນການຈັດປະຊຸມພິເສດນີ້ ກໍ່ເພື່ອສະໜັບສະໜູນຊ່ວຍເຫຼືອນ້ອງນັກຮຽນ ສໍາລັບຜູ້ທີ່ມີບັນຫາຫຍຸ້ງຍາກໃນການເຂົ້າຮຽນທາງອອນລາຍ.
ພວກເຮົາຈະຂໍເຊີນຜູ້ປົກຄອງບາງຈໍານວນ ເຂົ້າປະຊຸມພົບກັບຄູສອນລູກຂອງທ່ານ. ເຊິ່ງທາງຫ້ອງການບໍລິຫານຂອງໂຮງຮຽນຈະແຈ້ງ ຫຼືຈະຕິດຕໍ່ຫາທ່ານໂດຍຕົງ ເພື່ອແຈ້ງໃຫ້ທ່ານຊາບກ່ຽວກັບ ວັນ ແລະ ເວລາທີ່ທ່ານຈະພົບກັບຄູສອນ ແລະຈະເປັນໂອກາດ, ເວລາທີ່ດີສໍາລັບທ່ານຜູ້ປົກຄອງທີ່ໄດ້ພົບກັບຄູສອນຂອງລູກທ່ານ.
ຂໍຂອບໃຈທີ່ທ່ານໃຫ້ການຮ່ວມມື ແລະມີສ່ວນຮ່ວມຊ່ວຍເຫຼືອກັບພວກເຮົາ.

Sharon International School