Welcome to the SIS School Year of 2021 – 2022! (Primary and Lower Secondary Campus)

Welcome to the SIS School Year of 2021 – 2022!

As we commence this new journey, here are some important information that you need to know to ensure a safe and conducive learning environment for our learners and staff.

1. All SIS staff have been vaccinated.

2. Parent’s Orientation will be on 25 August 2021.

To our dear parents who will be coming, please make sure that you are fully vaccinated and kindly bring your vaccination card with you.

Don’t forget to wear your mask properly and wash your hands upon entering the school premise.

Social distancing must be strictly observed.

Schedule:

Year 2 and Year 3: 9:00 – 10:00AM.

Year 4 and Year 5: 10:30 – 11:30AM.

Year 6 to Year 9: 1:30 – 2:30PM.

3. Virtual Tour Videos will be posted on the 26th and 27th of August on Facebook.

4. Online Classes will begin on the 30 August 2021, until 3 September 2021.

In this difficult time, we would like to ask for your full cooperation and understanding as we continue to do our best in providing a safe and nurturing environment for everyone.

If you have any concerns, please feel free to contact the office. We are glad to help!

ສະບາຍດີ ຜູ້ປົກຄອງນັກຮຽນຊັ້ນປະຖົມ ແລະມັດທະຍົມທຸກທ່ານ,

ໂຮງຮຽນ ນານາຊາດ ຊາຣອນ ຂໍຕ້ອນຮັບນ້ອງນັກຮຽນເຂົ້າສູ່ການເປີດສົກຮຽນໃໝ່ 2021-2022!

ໃນສົກຮຽນທີ່ກໍາລັງຈະເລີ່ມຕົ້ນນີ້ເໝືອນກັບວ່າ ນ້ອງນັກຮຽນຈະໄດ້ພົບກັບການຮຽນຮູ້ສິ່ງໃໝ່ໆ, ທາງໂຮງຮຽນຂອງພວກເຮົາຂໍແຈ້ງໃຫ້ທ່ານຮັບຊາບກ່ຽວກັບຂໍ້ມູນທີ່ສໍາຄັນ ເຊິ່ງທ່ານຈະຕ້ອງໄດ້ຮັບຮູ້ ແລະກະລຸນາປະຕິບັດຕາມລະບຽບ ເພື່ອຮັກສາຄວາມປອດໄພຕໍ່ນ້ອງນັກຮຽນ, ແລະພະນັກງານຂອງພວກເຮົາ.

1. ບັນດາພະນັກງານ, ຄູທຸກຄົນຂອງພວກເຮົາໄດ້ຮັບການສັກວັກຊີນປ້ອງກັນພະຍາດໂຄວິດ ເປັນທີ່ຮຽບຮ້ອຍແລ້ວ.

2. ການປະຊຸມຜູ້ປົກຄອງ ກ່ອນການເປີດສົກຮຽນໃໝ່ ແມ່ນຈະຈັດຂຶ້ນໃນວັນພຸດ, ວັນທີ25 ເດືອນສິງຫາ 2021,

ສໍາລັບທ່ານຜູ້ປົກຄອງທີ່ຈະມາປະຊຸມໃນມື້ນັ້ນ, ຈະຕ້ອງໄດ້ຮັບການສັກວັກຊີນຄົບ2ເຂັມ ຫຼືຄົບຕາມແຜນຂອງຄະນະສະເພາະກິດ ແລະກະລຸນາຖືບັດສັກຢາມາພ້ອມ. ນອກຈາກນັ້ນ ໃຫ້ມີຜ້າອັດປາກ-ດັງ ແລະລ້າງມືໃສ່ເຈວກ່ອນທີ່ຈະເຂົ້າມາໃນເຂດຂອງໂຮງຮຽນ, ພ້ອມມາດຕະການ ການຮັກສາໄລຍະຫ່າງຢ່າງເຂັ້ມງວດ.

ຕາຕາລາງການເຂົ້າຮ່ວມປະຊຸມ:

ຜູ້ປົກຄອງນັກຮຽນ ຫ້ອງYear 2 ແລະ Year 3: ເວລາ 9:00-10:00 ຕອນເຊົ້າ.

ຜູ້ປົກຄອງນັກຮຽນ ຫ້ອງYear 4 ແລະ Year 5: ເວລາ 10:30-11:30 ຕອນເຊົ້າ.

ຜູ້ປົກຄອງນັກຮຽນ ຫ້ອງYear 6 ເຖິງ Year 9: ເວລາ 1:30-2:30 ຕອນສວຍ.

3. ອີງຕາມແຜນການຂອງໂຮງຮຽນ ວັນພະຫັດ, ວັນທີ26 ສິງຫາ ແມ່ນຈະມີການໂພດສ ພາບວີດີໂອໃນການກຽມພ້ອມຂອງໂຮງຮຽນ ຊັ້ນປະຖົມ ແລະມັດທະຍົມທາງເຟດສບຸກເພສຂອງໂຮງຮຽນພວກເຮົາ ແລະ ວັນສຸກ ວັນທີ 27 ເດືອນສິງຫາແມ່ນຈະເປັນການແນະນໍາຕົວຂອງຄູສອນ ເຊິ່ງພວກເຮົາກໍ່ໄດ້ກະກຽມວີດີໂອ ເພື່ອທີ່ທ່ານຜູ້ປົກຄອງຈະໄດ້ເຂົ້າໄປເບິ່ງທາງເພກສຂອງໂຮງຮຽນເຊັ່ນດຽວກັນ.

4. ນ້ອງນັກຮຽນຈະໄດ້ເລີ່ມເຂົ້າຮຽນທາງອອນລາຍ ໃນມື້ວັນຈັນ, ວັນທີ30 ເດືອນສິງຫາ 2021 – ວັນສຸກ, ວັນທີ 03 ເດືອນກັນຍາ 2021.

ໃນສະພາບການທີ່ຫຍຸ້ງຍາກເຊັ່ນນີ້, ໂຮງຮຽນຂອງພວກເຮົາຂໍຄວາມຮ່ວມມືຢ່າງເຕັມທີ່ນໍາທ່ານຜູ້ປົກຄອງ ແລະຄວາມເຂົ້າໃຈ, ເພື່ອໃຫ້ພວກເຮົາສືບຕໍ່ເຮັດໃຫ້ດີທີ່ສຸດພ້ອມກັບການຮັກສາຄວາມປອດໄພພາຍໃນເຂດສະຖານການສຶກສາຂອງພວກເຮົາຕໍ່ທຸກໆຄົນ.

ຫາກວ່າທ່ານຕ້ອງການສອບຖາມຂໍ້ມູນເພີ່ມເຕີມກະລຸນາຕິດຕໍ່ ທີ່ຫ້ອງການບໍລິຫານໂຮງຮຽນ, ພວກເຮົາຍິນດີໃຫ້ການຊ່ວຍເຫຼືອ!

# 030 598-9980/ 021 353-275/ 021 316-357

Leave a comment