ແຈ້ງການກ່ຽວກັບ ການເລື່ອນຂັ້ນ ແລະ ການສອບເສັງ (ຫຼັກສູດພາກພາສາລາວ) ປະຈໍາສົກຮຽນປີ 2020-2021

ເຖິງ: ທ່ານຜູ້ປົກຄອງນັກຮຽນ ພາກພາສາລາວທີ່ເຄົາລົບ ແລະ ນັບຖືທຸກທ່ານ.

        ເລື່ອງ: ການເລື່ອນຂັ້ນ ແລະ ການສອບເສັງ  .

  • ອີງຕາມໜັງສືແຈ້ງການຂອງກະຊວງສຶກສາທິການແລະກິລາ ສະບັບເລກທີ 1554/ຫກ, ຄັ້ງວັນທີ 11 ພຶດສະພາ 2021
  • ອີງຕາມການປະຊຸມຂອງວິຊາການຫຼັກສູດພາກພາສາລາວປະຈໍາໂຮງຮຽນ  ນານາຊາດ ຊາຣອນ ໃນວັນທີ24/5/2021

ໂຮງຮຽນ ນານາຊາດ ຊາຣອນຂໍຖືເປັນກຽດແຈ້ງມາຍັງ ທ່ານຜູ້ປົກຄອງຊາບດັ່ງນີ້:

  1. ການເລື່ອນຂັ້ນ.
  • ອີງຕາມຄໍາແນະນໍາຂອງກະຊວງສຶກສາທິການແລະກິລາ 
    • ຂໍ້ທີ2.2 ສໍາລັບນ້ອງນັກຮຽນທີ່ເລື່ອນຂັ້ນຊັ້ນປະຖົມແລະມັດທະຍົມຕອນຕົ້ນໂດຍສະເພາະຫ້ອງຮຽນຊັ້ນປະຖົມ ປ1, 2, 3, 4. ມ1ແລະມ3 ຈະບໍ່ມີການສອບເສັງພາກຮຽນII; ການເລື່ອນຂັ້ນຈະສະຫຼຸບເອົາຄະແນນພາກຮຽນI ແລະຄະແນນສອບເສັງປະຈໍາເດືອນຂອງພາກຮຽນທີII ມາສະເລ່ຍເປັນຄະແນະປະຈໍາປີ, ຖ້າຜົນສະເລ່ຍແຕ່ລະວິຊາໄດ້5ຂຶ້ນໄປກໍຈະໄດ້ເລື່ອນຂັ້ນ, ແຕ່ຖ້າບໍ່ຜ່ານວິຊາໃດກໍຈະໄດ້ບໍາລຸງແລະສອບເສັງຄືນເປັນລາຍບຸກຄົນ.
  • ເມື່ອບໍ່ມີການສອບເສັງພາກຮຽນ II ຄູກໍຈະສອນທວນຄືນອອນລາຍ ເຖິງວັນພະຫັດ ວັນທີ27/ 5/ 2021 ພາຍໃນອາທິດນີ້ເທົ່ານັ້ນ, ສໍາລັບຫ້ອງຮຽນຊັ້ນປະຖົມ ປ1, 2, 3, 4 ແລະ ຫ້ອງຮຽນຊັ້ນມັດທະຍົມຕົ້ນ ມ1 ແລະ ມ3
  • ຜູ້ປົກຄອງສາມາດມາຮັບຜົນການຮຽນຢູ່ຫ້ອງການໂຮງຮຽນຂອງພວກເຮົາພ້ອມກັບ ໃບຄະແນນພາກພາສາອັງກິດໄດ້ໃນວັນອັງຄານ- ວັນພະຫັດ ວັນທີ8-10/ 6/ 2021.

    2. ການສອບເສັງຈົບຊັ້ນປະຖົມປີທີ 5 

ອີງຕາມຄໍາແນະນໍາຂອງກະຊວງສຶກສາທິການແລະກິລາ 

  • ຂໍ້ທີ3.6 /1 ຊັ້ນປະຖົມສຶກສາປີທີ 5 ຈະໄດ້ຈັດຕັ້ງສອບເສັງ ວັນທີ 28 ມີຖຸນາ – 2 ກໍລະກົດ /2021.
  • ເນື່ອງຈາກວ່າການຮຽນ – ການສອນຍັງບໍ່ເປັນປົກກະຕິ, ສະນັ້ນຄູປະຈໍາຫ້ອງຮຽນຊັ້ນປ5 ຍັງຈະສືບຕໍ່ນໍາພານັກຮຽນຄົ້ນຄ້ວາບົດຮຽນ ຜ່ານທາງອອນລາຍຄືເກົ່າໂດຍຄູຈະສ້າງແຜນການທວນຄືນໃຫ້ ແຕ່ວັນຈັນ ວັນທີ31 ພຶດສະພາ – ວັນສຸກ ວັນທີ25 ມີຖຸນາ, 2021.
  • ການທວນຄືນຈະກໍານົດເອົາ 3ວັນ/ ອາທິດ (ວັນຈັນ, ວັນພຸດ ແລະ ວັນສຸກ) ມື້ລະ2ຊົ່ວໂມງ ເລີ່ມແຕ່ 9:00 – 11:00ໂມງ ຕອນທ່ຽງ. ເນື່ອງຈາກວ່ານັກຮຽນກໍໄດ້ຄົ້ນຄ້ວາມາເປັນເວລາເກືອບ1ເດືອນ ແລະຫຼັກສູດພາສາອັງກິດກໍສິ້ນສຸດການຮຽນ-ການສອນແລ້ວຈື່ງປ່ຽນເວລາຮຽນເປັນພາກເຊົ້າ.
  • ແຕ່ຖ້າການລະບາດຂອງພະຍາດໂຄວິດໝົດໄປແລ້ວ, ທາງໂຮງຮຽນກໍຄືຄູປະຈໍາຫ້ອງຊັ້ນປະຖົມ ປໍ5 ຂໍສະເໜີມາຍັງທ່ານຜູ້ປົກຄອງໃຫ້ນ້ອງນັກຮຽນມາຮຽນຢູ່ໂຮງຮຽນພາກເຊົ້າ ອາທິດລະ3ມື້ກໍຈະເປັນການດີ.
  • ທາງຄູປະຈໍາຫ້ອງຂໍຮຽກຮ້ອງໃຫ້ຜູ້ປົກຄອງເອົາໃຈໃສ່ແນະນໍາແລະຕິດຕາມການຮຽນຂອງລູກເປັນປະຈໍາເພື່ອໃຫ້ນັກຮຽນມີຄວາມພ້ອມ, ມີຄວາມໝັ້ນໃຈໃນການສອບເສັງຈົບຊັ້ນປະຖົມປີທີ5 ທີ່ຈະມາເຖິງນີ້.

   ໂຮງຮຽນ ນານາຊາດ ຊາຣອນ,

Leave a comment