Dear Parents,
We are preparing for the upcoming International Week here at SIS and are very excited. This will be on 16-20 November 2020. Our theme this year is Journey Around the World. The students will be studying festivals, food, music and dances, languages, famous people, arts, landmarks, and sports/games from different countries around the world.
On Friday, 20 November, we will have a culminating activity in the afternoon just for the students so please have your child dress in an outfit that represents their country or an outfit from a country that they are interested in.
We are hoping that all these events will encourage our students to continue to learn and enjoy different countries and cultures around the world.
Upcoming events:
26 – 30 November – Scholastic Assessments
2 December – Lao National Day (No school)
21 December – End of Semester Performances (Primary & Lower Secondary)
If you have any questions, please contact the school office.
ສະບາຍດີ ຜູ້ປົກຄອງນັກຮຽນທຸກທ່ານ,
ໂຮງຮຽນ ນານາຊາດ ຊາຣອນຂໍແຈ້ງໃຫ້ທ່ານຊາບວ່າ ພວກເຮົາກໍາລັງກະກຽມງານ “ກິດຈະກໍາ ວັນນານາຊາດປະຈໍາປີ” ເຊິ່ງນັກຮຽນ ແລະຄູກໍ່ມີຄວາມຕື່ນເຕັ້ນໄປພ້ອມໆກັນ. ເຊິ່ງງານພິເສດນີ້ຈະໄດ້ຈັດຂຶ້ນໃນວັນຈັນ- ວັນສຸກ ວັນທີ16-20 ຂອງເດືອນພະຈິກ2020, ຫົວຂໍ້ສໍາລັບກິດຈະກຳໃນປີນີ້ແມ່ນ: “ການເດີນທາງທ່ອງທ່ຽວຮອບໂລກ”. ດັ່ງນັ້ນ, ນັກຮຽນຂອງພວກເຮົາທຸກຄົນຈະໄດ້ສຶກສາຮຽນຮູ້ກ່ຽວກັບ, ເທດສະການປະຈຳປີຂອງແຕ່ລະປະເທດ, ອາຫານພື້ນບ້ານຂອງພວກເຂົາ, ເຄື່ອງດົນຕຣີ ແລະປະເພນີການຟ້ອນລໍາປະຈໍາຊາດ, ພາສາທີ່ໃຊ້ໃນການສົນທະນາ, ບຸກຄົນທີ່ມີຊື່ສຽງໃນປະເທດ,ແລະກິລາທີ່ມີຄວາມແຕກຕ່າງຈາກປະເທດອື່ນໆ.
ໃນມື້ວັນສຸກ ວັນທີ 20 ເດືອນພະຈິກ, ຈະເປັນກິດຈະກຳທີ່ພິເສດທີ່ມ່ວນຊື່ນ, ຕື່ນເຕັ້ນສໍາລັບນ້ອງນັກຮຽນທີ່ສຸດ, ສະນັ້ນ ກະລຸນາໃຫ້ນ້ອງນັກຮຽນສວມໃສ່ຊຸດປະຈໍາຊາດຂອງຕົນເອງມາ ພ້ອມກັນນັ້ນ ນ້ອງນັກຮຽນຈະໄດ້ອະທິບາຍຈຸດເດັ່ນປະເທດຂອງຕົນເອງນໍາດ້ວຍ.
(ກະລຸນາກະກຽມຊຸດເສື້ອກີລາຂອງໂຮງຮຽນໃຫ້ລູກຂອງທ່ານເພື່ອມາປ່ຽນ ຫລັງຈາກສິ້ນສຸດກິດຈະກໍາ.)
ກິດຈະກໍາທີ່ສໍາຄັນໃນພາກຮຽນທີ1 :
ວັນພະຫັດ, ວັນສຸກ ແລະ ວັນຈັນ ວັນທີ 26-30 ເດືອນພະຈິກ ຈະມີສອບເສັງ ການອ່ານພາກພາສາອັງກິດ
ວັນພຸດ ວັນທີ 2 ເດືອນທັນວາ ແມ່ນວັນສະເຫຼີມສະຫຼອງ ວັນຊາດຂອງລາວ (ພັກຮຽນ)
ວັນຈັນ ວັນທີ 21 ເດືອນທັນວາ ແມ່ນວັນປິດພາກຮຽນທີ 1ຂອງໂຮງຮຽນ (ຊັ້ນປະຖົມ ແລະ ມັດທະຍົມຕອນຕົ້ນຊາຣອນ)
ໂຮງຮຽນຂອງພວກເຮົາຫວັງວ່າ ກິດຈະກໍາ ຫຼືເທດສະການນີ້ ຈະຊ່ວຍສົ່ງເສີມ, ໃຫ້ຄວາມຮູ້ແກ່ນ້ອງນັກຮຽນທຸກຄົນໃຫ້ມີຄວາມຮູ້ຮອບຕົວກ່ຽວກັບປະເພນີ ແລະວັດທະນະທໍາຂອງແຕ່ລະປະເທດ.
ຫາກວ່າທ່ານຜູ້ປົກຄອງຕ້ອງການສອບຖາມຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່ພົວພັນຫ້ອງການໂຮງຮຽນ.
Sharon International School